ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບສະຫຼຸບເຂົ້າຮ່ວມ
ແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນທົ່ວກອງທັບ

ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບ ເປັນປະທານ

     ວັນທີ 1 ມີນາ 2024 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນ ທີມກິລາເຂົ້າຮ່ວມແຂ່ງຂັນກິລາການທະຫານ
ແລະ ກິລາມວນຊົນທົ່ວກອງທັບ ຄັ້ງທີ III, ສະເຫຼີມ ສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໄດ້ຈັດຂຶ້ນທີ່ສະໂມສອນ
ກອງພັນກໍ່ສ້າງຂົວ-ທາງ 587, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະພັກກະຊວງ ປ້ອງກັນປະ
ເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ , ພະແນກການ, ຄະນະຮັບຜິດຊອບຄູຝືກ ແລະ ພາກສ່ວນນັກ
ກິລາ ເຂົ້າຮ່ວມ.

     ສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ກອງທັບ ໄດ້ຜ່ານບົດສະຫຼຸບການເຂົ້າ
ຮ່ວມແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນທົ່ວກອງ ທັບຄັ້ງທີ III, ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ
75 ປີ, ຕະຫຼອດການເຂົ້າ ຮ່ວມແຂ່ງຂັນກິລາບັນດາຄະນະຮັບຜິດຊອບ, ຄູຝຶກ ແລະ ນັກກິລາແຕ່ລະສະຫາຍ ໄດ້ເອົາໃຈໃສ່ປະກອບສ່ວນ
ຢ່າງຕັ້ງໜ້າ ມີຄວາມຕັດສິນໃຈສູງໃນໜ້າທີ່ຄວາມຮັບຜິດຊອບ, ທຸມເທ ເຫື່ອແຮງ ສະຕິ ປັນຍາ ແລະ ພອນສະຫວັນເຂົ້າຮ່ວມແຂ່ງຂັນກິ
ລາ, ເຊິ່ງປະເພດກິລາທີ່ເຂົ້າຮ່ວມແຂ່ງຂັນ 5 ປະເພດ ກິລາຄື: ກິລາຍິງປືນທະຫານຮາບກໍາລັງໄຟແບກຫາບ, ກິລາການທະຫານ, ກິລາບານ
ສົ່ງຍິງ-ຊາຍ ແລະ ກິລາກະຕໍ້ຫວາຍ, ຜົນການແຂ່ງຂັນກິລາຍິງປືນທະຫານຮາບກໍາລັງໄຟແບກຫາບ ບົດຍິງປືນ AK ຍິງ ເປົ້າເຈ້ຍ ແບບຍິງ
ທີມລວມ ໄດ້ອັນດັບທີ 1, ບົດຍິງປືນ AK ຍິງເປົ້າຈານເຫຼັກ ໄດ້ອັນດັບທີ 1, ບົດ ຍິງປືນ RPK ຍິງເປົ້າຈານເຫຼັກແບບຍິງທີມລວມ ໄດ້ອັນ
ດັບທີ 2 ແລະ ບົດຍິງປືນ SVD ຍິງເປົ້າເຈ້ຍ ແບບຍິງທີມລວມ ໄດ້ອັນດັບທີ 4, ກິລາການທະຫານ ກິລາມ້າງປະກອບປືນ AK ແບບທີມ
ລວມ ໝູ່ໄດ້ ອັນດັບທີ 1, ກິລາການທະຫານ ປະເພດບຸກຄົນ ໄດ້ອັນດັບ 2, ກິລາການທະຫານ 3 ປະເພດ ການທະຫານສົມທົບ ໄດ້ອັນດັບ
ທີ 6 ແລະ ກິລາການທະຫານ ຜ່ານສິ່ງກີດຂວາງ ໄດ້ອັນດັບທີ 5, ກິລາບານສົ່ງຊາຍ ໄດ້ອັນດັບທີ 1, ກິລາບານສົ່ງຍິງ ໄດ້ອັນດັບທີ 3 ແລະ
ກິລາກະຕໍ້ຫວາຍ ໄດ້ອັນ ດັບທີ 1.

     ໂອກາດນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ທີ່ຍາດມາໄດ້ ພ້ອມທັງຮຽກຮ້ອງໃຫ້ຄະ
ນະຮັບຜິດຊອບ ແລະ ນັກກິລາທຸກສະຫາຍ ຈົ່ງຕັ້ງໜ້າສືບຕໍ່ ເຮັດໜ້າທີ່ການເມືອງຂອງຕົນຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາ
ແນວຄິດເປັນຫຼັກ ເອົາ
ໃຈໃສ່ຝືກຝົນຫຼໍ່ຫຼອມຊອກຮູ້ຮໍ່າຮຽນນໍາເອົາຜົນສໍາເລັດໃນຄັ້ງນີ້ ໄປເສີມຂະຫຍາຍປັບປຸງແກ້ໄຂ ເພື່ອເຂົ້າຮ່ວມການ
ແຂ່ງຂັນໃນຕໍ່ໜ້າ ແລະ ສາມາດຍາດໄດ້ຜົນສໍາເລັດເປັນຢ່າງສູງ.

ແຫຼ່ງຂ່າວໂດຍ ພຸດທະວອນ
ວັນທີ 06/03/2024